ສຳລັບຄົນທີ່ມັກກິນປາຖູເປັນຊີວິດຈິດໃຈ ແຕ່ຍັງເຈີກັບບັນຫາເລື່ອງກ້າງປາຖູທີ່ມາກວນໃຈ ມື້ນີ້ແອັດມິ້ນມານຳສະເໜີ ວິທີຖອດກ້າງປາໃຫ້ງ່າຍຕໍ່ການກິນ ແຖມຍັງນຳເອົາໄປທອດກອບແຊບໆອີກເດີ້
ວິທີຖອດກ້າງປາຖູພຽງ 3 ຂັ້ນຕອນນີ້ເລີຍ
1. ຂັ້ນຕອນທີ່ໜຶ່ງ
ໃຊ້ນິ້ວມື...ເຂ່ຍລະຫວ່າງເນື້ອແລະກ້າງລຳໂຕຂອງປາ
ເຮັດງ່າຍໆ...ແຍກອອກໄດ້ງ່າຍຫຼາຍ
ລອກກ້າງທາງຂ້າງໂຕປາອອກພ້ອມ
2. ຂັ້ນຕອນທີ່ສອງ
ປີ້ນປາອີກຂ້າງໜຶ່ງແລ້ວເຮັດຄືກັນ
3. ຂັ້ນຕອນທີ່ສາມ
ບິດກ້າງລຳໂຕປາ ໃຫ້ຫຼຸດພ້ອມຫາງປາ
ເກັບວິທີນີ້ໄວ້ເປັນອີກໜຶ່ງທາງເລືອກໃນການແກະກ້າງປາຖູໄວ້ເລີຍ ຫຼືຖ້າຫາກໃຜມີວິທີອື່ນໆ ທີ່ງ່າຍ ແລະວ່ອງໄວແບບນີ້ ກໍ່ສາມາດມາແຊ໌ກັນໄດ້ເລີຍເດີ້
__________________Food Fun Fin_________________





No comments:
Post a Comment