ທ້າຍເດືອນແລ້ວກະຫາເຮັດແນວກິນງ່າຍໆກັນເນາະ! ຍຳປາກະປ໋ອງ

ຍຳປາກະປ໋ອງຊຸບແປ້ງທອດ

ທ້າຍເດືອນແລ້ວກະເປົາມັນກໍຈະແຫ້ງໆຫນ້ອຍຫນຶ່ງມີກິນໄດ້ສໍ່ານີ້ລະ!ມື້ນີ້ເຮົາຊິມານຳສະເຫນີເມນູຍຳປາກະປ໋ອງຊຸບແປ້ງທອດ😳ບໍ່ຕ່າງຫຍັງຈາກຍຳປາກະປ໋ອງທົ່ວໄປພຽງແຕ່ນຳເອົາປາກະປ໋ອງມາຊຸບແປ້ງທອດກອບນີ້ລະຈ໋າສູດປາກະປ໋ອງ



🐾ສ່ວນປະສົມ
ແປ້ງທອດກອບ 120 g (ແປ້ງນໍ້າ)
ນ້ຳເຢັນ 150 g (ແປ້ງນໍ້າ)
ປາກະປ໋ອງ 2 ກະປ໋ອງ

ແປ້ງສາລີອະເນກປະສົງ(ຄຸກແປ້ງແຫ້ງ)
ຫມູສັບສຸກ 2 ຊ້ອນໂຕະ
ນໍ້າມະນາວ 4 ຊ້ອນໂຕະ
ນໍ້າປາ 3 ຊ້ອນໂຕະ
ຫມາກເພັດຊອຍ 20 g
ຫອມບົ່ວຊອຍ 4 ຊ້ອນໂຕະ
ຫອມບົ່ວໃຫ່ຍຊອຍ 20 g
ຫມາກເດັ່ນຊອຍຕ່ອນບາງໆ 20 g
ແຄລ໋ອດຊອຍເປັນເສັ້ນ 10 g
ຫອມບົ່ວຫັ່ນເປັນທ່ອນ 10 g
ຄື່ນສ່າຍຫັ່ນເປັນທ່ອນ 10 g


 ວິທີເຮັດ🐾ວິ
1.ແກະປາກະປ໋ອງອອກມາ ແຍກເນື້ອປາ ແລະ ນໍ້າຊ໋ອດຫມາກເດັ່ນອອກ
2.ປະສົມແປ້ງທອດກອບ ກັບ ນໍ້າເຢັນເຂົ້າກັນ ໃຫ້ລັກສະນະຂຸ້ນໆກຽມໄວ້
3.ນຳເນື້ອປາກະປ໋ອງທັງຕ່ອນມາຄຸກແປ້ງສາລີອະເນກປະສົງບາງໆ ແລ້ວນຳໄປຊຸບແປ້ງທອດກອບທີ່ປະສົມກຽມໄວ້
4.ຕັ້ງຫມໍ້ກະທະນໍ້າມັນພໍຮ້ອນ ນຳປາກະປ໋ອງທີ່ຊຸບແປ້ງທອດກອບມາລົງທອດ ໃຫ້ສີອອກເຫລືອງເຂັ້ມ ແປ້ງນອກກອບ
ຕັກຂຶ້ນພັກໄວ້ ຈັດໃສ່ຈານເສີບຖ້າ
5.ປະສົມເຄື່ອງຍຳທັງຫມົດເຂົ້າກັນ ນຳໄປລາດຫນ້າເນື້ອປາກະປ໋ອງທອດກອບ
6.ກິນກັບເຂົ້າທ່ຽງຮ້ອນໆ


ຄລິບວິດີໂອ



ຫລັງຈາກເຮັດແລ້ວໆເຮົາກໍ່ຈະໄດ້ຫນ້າຕາແບບຮູບຂ້າງລຸ່ມນີ້:



cr: หมีมีหม้อ



No comments:

Post a Comment

Adbox

@templatesyard