ສ່ວນປະສົມ:
ໝູສມຊັ້ນ 250ກຣັມ
ນຳ້ປາ 1ບ່ວງໂຕ໊ະ
ແປ້ງທອດກອບ 1.5ບ່ວງໂຕ໊ະ
ນຳ້ດື່ມ (ນຳ້ເຢັນ) 1ບ່ວງໂຕ໊ະ
ວິທີເຮັດ:
ວັດຖຸດິບສຳຫຼັບເມນູນີ້ ເລີ່ມຕົ້ນມາຈັດການກັບໝູສາມຊັ້ນກ່ອນ ໂດຍທີ່ໃຫ້ເຮົາປາດບ່ອນທີ່ເປັນໜັງໝູຖິ້ມໄປ ຫາກໝູ່ຊາມຊັ້ນຕ່ອນຍາວຫຼາຍໃຫ້ຕັດເປັນ 2 ສ່ວນ ແລ້ວກໍ່ເອົາໝູໃຊ່ຊາມ ແລ້ວຍອດນຳ້ປາລົງໄປ ໃຊ້ມືນວດໆໝູກັບນຳ້ປາ ຈົນນຳ້ປາຊຶມເຂົ້າເປັນເນື້ອດຽວກັນ ແລ້ວໝັກໄວ້ປະມານ 20-30 ນາທີເດີ້ ພໍຮອດເວລາກໍ່ເອົາແປ້ງທອດກອບລົງໃສ່ ຕາມດ້ວຍນຳ້ 1/2ບ່ວງໂຕ໊ະ ກ່ອນແລ້ວລອງຄົນໝູກັບແປ້ງເບິ່ງ ຖ້າແຫ້ງເກີນໄປ ຄົນແລ້ວແປ້ງບໍ່ທົ່ວໝູ ກໍ່ຄ່ອຍຕື່ມນຳ້ອີກ 1/2ບ່ວງໂຕ໊ະ ລົງໄປແລ້ວຄົນໃຫ້ເຂົ້າກັນອີກເທື່ອໜຶ່ງ ແລ້ວກໍ່ເອົາໄປທອດໃນນຳ້ມັນຖ້ວມຕ່ອນຊີ້ນໝູ ເຮັດໄຟກາງໆຫຼືຄ່ອນຂ້າງອ່ອນ ທອດໄປຈົນກວ່າຊີ້ນໝູຈະສຸກ ແລ້ວກໍ່ເລັ່ງໄຟແຮງ ຈົນໝູສຸກເຫຼືອງທົ່ວທັງຕ່ອນ ແລ້ວກໍ່ຕັກຂຶ້ນມາໄວ້ໃຫ້ສະເດັດນຳ້ມັນ ຈາກນັ້ນກໍ່ມາຊອຍເປັນຕ່ອນພໍດີຄຳ ຫຼັງຈາກນັ້ນໃສ່ຈານເສີມເລີຍ ພ້ອມກັບນຳ້ແຈ່ວໃສ່ຖ້ວຍນ້ອຍໆ ເຂົ້າໜຽວຮ້ອນໆຈັກແອບ... ເທົ່ານີ້ເຮົາກໍ່ໄດ້ໝູທອດນຳ້ປາທີ່ກິນບໍ່ຢາກທີ່ຈະຢຸດແລ້ວ :)
ຄລິບຂັ້ນຕອນການເຮັດໝູສາມຊັ້ນທອດນຳ້ປາ
ຂໍຂອບໃຈສູດເດັດໆຈາກ: ຄົວບ້ານພິມ
__________________Food Fun Fin_________________





No comments:
Post a Comment