ເວລາວ່າງເຮົາມາເຮັດຂະຫນົມກິນກັນດີກວ່າເນາະ!!!! ມື້ນີ້ເຮົາຈະມາບອກສູດເຮັດຂະຫນົມປຽກປູນໃບເຕີຍກັນ...




  1.  ຂະຫນົມປຽກປູນໃບເຕີຍ ເປັນຂະຫນົມທີ່ເຮົາມັກກິນກັນມາຕັ້ງແຕ່ນ້ອຍໆ ແຖມມີລົດຊາດທີ່ແຊບຫລາຍ ແລ້ວມື້ນີ້ທາງເຟສຂອງພວກເຮົາກະເລີຍຍິບເອົາວິທີເຮັດຂະຫນົມປຽກມາຝາກກັນ ເຊິ່ງຈະມີສ່ວນປະກອບ ແລະ ວິທີເຮັດຈັ່ງໃດນັ້ນເຮົາໄປເບິ່ງນຳກັນເລີຍ
  2. ສ່ວນປະກອບ
  3. ແປ້ງເຂົ້າຈ້າວ 80 g
  4. ແປ້ງມັນຕົ້ນ 20 g
  5. ແປ້ງທ້າວຍາຍມ່ອມ (ຖ້າບໍ່ມີ ບໍ່ໃສ່ກະໄດ້ເດີ) 20 g
  6. ນ້ຳຕານກ້ອນ 100 g
  7. ນ້ຳຕານຊາຍ 100 g
  8. ເກືອ 2 g 
  9. ນ້ຳປູນໃສ 600 g
  10. ຫົວກະທິ 200 g
  11. ນ້ຳໃບເຕີຍ 200 g
  12. ຫມາກພ້າວຂູດ ສຳລັບໂຮຍຫນ້າຂະຫນົມ
ວິທີເຮັດ
1 ປະສົມແປ້ງທັງ 3 ຊະນິດລົງໃນຊາມ ຄ່ອຍໆເທນ້ຳປູນໃສໃສ່ລົງໄປທີລະນ້ອຍໃຫ້ພໍນວດໄດ້ ນວດຈົນໄດ້ທີ່ປະມານ 10-15ນາທີ ໃສນ້ຳປູນໃສທີ່ເຫລືອຄົນໃຫ້ເຂົ້າກັນ ໃສ່ນ້ຳຕານ ກະທິ ແລະ ນ້ຳໃບເຕີຍໃນຊາມປະສົມກັນ ຄົນຈົນນ້ຳຕານລະລາຍ ແລ້ວເອົາຜ້າບາງມາຕອງ ແລ້ວນຳໄປຕົ້ມໃຊ້ໄຟອ່ອນໆ ຄົນຈົນຫນຽວຂຸ້ນປະມານ45-60 ນາທີ



2 ຈາກນັ້ນເທໃສ່ຟານທາດ



3 ຖ້າຈົນຂະຫນົມເຍັນແລ້ວຈຶ່ງຕັດແບ່ງເປັນຊິ້ນ



4 ແລ້ວໂຮຍຫນ້າດ້ວຍຫມາກພ້າວຂູດ



ຂັ້ນຕອນມາຮອດນີ້ກະຖືວ່າສຳເລັດ ເປັນຈັ່ງໃດກັນແດ່ ວິທີເຮັດຂະຫນົມປຽກປູນບໍ່ຍາກເລີຍແມ່ນບໍ່ ຂໍໃຫ້ມີຄວາມສຸກກັບການເຮັດຂະຫນົມເດີທຸກຄົນ

cr: จุไรรัตนํ ทาธิวัน
_____________Food Fun Fin_________________

No comments:

Post a Comment

Adbox

@templatesyard