ສອນວິທີເຮັດ 'ນ້ຳສະລັດແຊບໆ 3 ສູດເຂັ້ມຂຸ້ນ' ເຮັດກິນເອງ ຫລື ເຮັດຂາຍກະໄດ້ ບອກຄຳໄດ້ຄຳດຽວວ່າແຊ່ບອີ່ຫລີ່ເດີ...



ມາເລີ່ມກັນເລີຍກັບສູດນ້ຳສະລັດເຂັ້ມຂຸ້ນ ສູດທີ່ 1

1 ໄຂ່ແດງ 3 ຫນ່ວຍ
2 ເກືອ 2 ບ່ວງກາເຟ
3 ພິກໄທປົ່ນ 1/4 ບ່ວງກາເຟ
4 ມາດສະຕາ 1/4 ບ່ວງກາເຟ
5 ນ້ຳຕານ 5 ບ່ວງກາເຟ
6 ນ້ຳສົ້ມສາຍຊູ 3 ບ່ວງກາເຟ
7 ນ້ຳຫມາກນາວ 1 ບ່ວງກາເຟ
8 ນ້ຳມັນພືດ 1 ຖ້ວຍນ້ອຍ




      ວິທີເຮັດນ້ຳສະລັດເຂັ້ມຂຸ້ນ

       ປະສົມນ້ຳສົ້ມສາຍຊູ ນ້ຳຕານ ພິກໄທ ມັດສະຕາ ນ້ຳຫມາກນາວເຂົ້ນນຳກັນ ປະໄວ້ ຄົນໄຂ່ແດງ ແລະ ເກືອໃຫ້ເຂົົ້າກັນຈົນຂຶ້ນຟູ ຄ່ອຍໆໃສ່ນ້ຳເທືອລະນ້ອຍ (ຄົນໃຫ້ເຂົ້າກັນກ່ອນແລ້ວຈຶ່ງໃສ່ໃຫມ່) ຈົນເຫລືອເຄິ່ງຫນຶ່ງ ໃນສ່ວຍປະສົມນ້ຳສົ້ມເທືອລະນ້ອຍໆໃຫ້ເຂົ້າກັນແລ້ວຈຶ່ງໃສ່ນ້ຳທີ່ເຫລືອ ຄົນໃຫ້ເຂົ້າກັນ ໃສ່ສະລັບກັນຈົນນ້ຳມັນ ແລະ ນ້ຳສົ້ມຫມົດ



ມາຕໍ່ກັນທີ່ສູດທີ່ 2 ກັນເລີຍຈ໋າ

1 ນ້ຳສົ້ມສາຍຊູ 5 ບ່ວງກາເຟ
2 ນ້ຳຕານ 10 ບ່ວງກາເຟ
3 ນົ້ມຂົ້ນຫວານ 3 ບ່ວງກາເຟ
4 ໄຂ່ໄກ່ 1 ຫນ່ວຍ
5 ມາດສະຕາ 1/2 ບ່ວງກາເຟ
6 ພິກໄທປົ່ນ 1/4 ບ່ວງກາເຟ
7 ເກືອ 2 ບ່ວງກາເຟ
8 ນ້ຳມັນສະລັດ 1 ຖ້ວຍ (ໃຊ້ນ້ຳມັນພືດ ຫລື ນ້ຳມັນຫມາກແທນໄດ້)



ວິທີເຮັດນ້ຳສະລັດຂຸ້ນ
ນຳສ່ວນປະສົມທັງຫມົດ ຍົກເວັ້ນນ້ຳມັນພືດ ລົງປັ່ນໃນເຄື່ອງປັ່ນ ປັ່ນຈົນແນ່ໃນວ່າສ່ວນປະສົມຄຸກເຄົ້າກັນດີແລ້ວ ໃຫ້ເລີ່ມຕົ້ນຍົດນ້ຳມັນລົງເທື່ອລະນ້ອຍ ຍົດລົງໄປເລື່ອຍໆ ຈົນເກືອບຫມົດ ແລ້ວປັ່ນປະໄວ້ ສັງເກດເບິ່ງວ່າຖ້ານ້ຳສະລັດຂົ້ນພໍດີແລ້ວ ໃຫ້ຍຸດການໃສ່ນ້ຳມັນພືດພຽງເທົ່ານັ້ນ ຖ້າຍັງບໍ່ຂຸ້ນພໍຈຶ່ງຄ່ອຍໆເຕີມນ້ຳມັນສ່ວຍທີ່ເຫລືອຈົນຫມົດ


ສູດນ້ຳສະລັດເຂັ້ມຂຸ້ນສູດທີ່ 3
1 ໄຂ່ໄກ່ 2 ຫນ່ວຍ  
2 ນ້ຳຫມາກນາວ 2 ບ່ວງກາເຟ 
3 ນ້ຳສົ້ມສາຍຊູ 1 ບ່ວງກາເຟ 
4 ນ້ຳຕານ 1 ບ່ວງກາເຟ
5 ມາດສະຕາ 3/4 ບ່ວງກາເຟ
6 ເກືອ 1/2 ບ່ວງກາເຟ  
7 ພິກໄທປົ່ນ 1/4 ບ່ວງກາເຟ
8 ນ້ຳມັນສະລັດ 2 ຖ້ວຍ (ໃຊ້ນ້ຳມັນພືດ ຫລື ນ້ຳມັນຫມາກແທນໄດ້)
9 ນົ້ມຂົ້ນຫວານ 1/2 ຖ້ວຍ



ວິທີເຮັດນ້ຳສະລັດຂຸ້ນ
ຕີໄຂ່ແດງຈົນຂຶ້ນເປັນສີນວນ (ໃຊ້ເຄື່ອງຕີ) ໃສ່ນ້ຳຕານ ມັດສະຕາ ເກືອ ແລະ ພິກປົ່ນ ຕີດ້ວຍຄວາມໄວສູງປະມານ 30 ນາທີ ຄ່ອຍໆຍອດນ້ຳມັນໃສ່ຢ່າງຊ້າໆ ຕີດ້ວຍຄວາມໄວສູງ ເທນ້ຳຫມາກນາວລົງທີລະນ້ອຍ ສະລັບກັບນ້ຳມັນຈົນຫມົດສ່ວຍປະສົມ (ເວລາຕີຄວນຈະປາດສ່ວນປະສົມທີ່ຕິດຢູ່ຮອບໆ ເພື່ອຈະໄດ້ນ້ຳສະລັດທີ່ດີ) ຫລືນຳສ່ວນປະສົມທັງຫມົດໃສ່ເຄື່ອງປັ່ນ ໃຊ້ຄວາມໄວສູງປະມານ 15ນາທີ

ເປັນຈັ່ງໃດກັນແດ່ກັບສູດນ້ຳສະລັດເຂັ້ມຂຸ້ນທັງ 3 ສູດ ຂໍໃຫ້ມ່ວນໆກັບການເຮັດນ້ຳສະລັດເດີຈ໋ະ


________________Food Fun Fin_________________

No comments:

Post a Comment

Adbox

@templatesyard